Friday, April 18, 2008

ພັນລາວ

ຊ່ວງນີ້ຫຍຸ້ງແຕ່ເລື່ອງນັ້ນເລື່ອງນີ້ ຈົນບໍ່ມີເວລາເຮັດຫຍັງເປັນຕ່ອນເປັນໂຕຊ້ຳ ແຕ່ກໍ່ຍັງພໍຈະເອົາເວລາມາເຮັດເວັບໄດ້ແດ່ຫນ້ອຍຫນຶ່ງ ອຸປະສັກໃຫຍ່ຄື ເວລາມີບໍ່ພໍ ແລະເປັນຄົນທີ່ບໍລິຫານເວລາບໍ່ໄດ້ດີ ງານການທັງຫລາຍເລີຍບໍ່ແລ້ວຕາມເປົ້າຫມາຍທີ່ວາງໄວ້ :(

ແຕ່ກໍ່ຕັ້ງໃຈໄວ້ວ່າ

  1. ຈະຈັດ LaoBlogger.com​ ໃຫ້ແລ້ວຕາມທີ່ຄິດໄວ້ ແລະທ່ານພະນົມສິນແນະນຳມາ
  2. LaoUpload.com​ ຕອນນີ້ຍັງມີບັນຫາ ຍັງໃຊ້ບໍ່ໄດ້ ຕັດສິນໃຈບໍ່ໄດ້ເທື່ອວ່າຈະຈັດການແນວໃດ
  3. LaoSter.net​ ຄິດຫຍັງບໍ່ອອກຊ້ຳ LOL
  4. Laobit.com ອັນນີ້ຢູ່ລ້າ ໆ ຍັງບໍ່ທັນໄດ້ໂປຣໂມດຫຍັງເລີຍ
ເອົາເທົ່ານີ້ກ່ອນດີກວ່າ ~_~