Friday, April 18, 2008

ພັນລາວ

ຊ່ວງນີ້ຫຍຸ້ງແຕ່ເລື່ອງນັ້ນເລື່ອງນີ້ ຈົນບໍ່ມີເວລາເຮັດຫຍັງເປັນຕ່ອນເປັນໂຕຊ້ຳ ແຕ່ກໍ່ຍັງພໍຈະເອົາເວລາມາເຮັດເວັບໄດ້ແດ່ຫນ້ອຍຫນຶ່ງ ອຸປະສັກໃຫຍ່ຄື ເວລາມີບໍ່ພໍ ແລະເປັນຄົນທີ່ບໍລິຫານເວລາບໍ່ໄດ້ດີ ງານການທັງຫລາຍເລີຍບໍ່ແລ້ວຕາມເປົ້າຫມາຍທີ່ວາງໄວ້ :(

ແຕ່ກໍ່ຕັ້ງໃຈໄວ້ວ່າ

  1. ຈະຈັດ LaoBlogger.com​ ໃຫ້ແລ້ວຕາມທີ່ຄິດໄວ້ ແລະທ່ານພະນົມສິນແນະນຳມາ
  2. LaoUpload.com​ ຕອນນີ້ຍັງມີບັນຫາ ຍັງໃຊ້ບໍ່ໄດ້ ຕັດສິນໃຈບໍ່ໄດ້ເທື່ອວ່າຈະຈັດການແນວໃດ
  3. LaoSter.net​ ຄິດຫຍັງບໍ່ອອກຊ້ຳ LOL
  4. Laobit.com ອັນນີ້ຢູ່ລ້າ ໆ ຍັງບໍ່ທັນໄດ້ໂປຣໂມດຫຍັງເລີຍ
ເອົາເທົ່ານີ້ກ່ອນດີກວ່າ ~_~

Monday, July 30, 2007

ສະແດງຫມວດຫມູ່ຂອງບົດຄວາມໃນ Blogger/Blogspot

ພໍດີໂພສຕ໌ຕອບໃນເວບບອຣ໌ດ ເລີຍເອົາມາໄວ້ໃນນີ້ນຳເລີຍ

ໃນ Blogger/Blogspot ເຂົາຈະເອີ້ນຫມວດຫມູ່ວ່າ Labels ແຕ່ໃນ WordPress ຈະເອີ້ນວ່າ Categories ແລະ Tags

Categories ກັບ Tags ຈະມີຄວາມຫມາຍຕ່າງກັນ ແຕ່ Labels ກັບ Tags ຈະມີຄວາມຫມາຍຄ້າຍກັນເລີຍ


ແຕ່ລວມຄວາມແລ້ວກໍ່ຄື ບໍ່ວ່າຈະເປັນ Labels, Categories ຫຼື Tags ກໍ່ຕາມ ແມ່ນເອົາໄວ້ຈັດບົດຄວາມຕ່າງ ໆ ຂອງເຮົາໃຫ້ເປັນຫມວດຫມູ່ເພື່ອເອີ້ນເບິ່ງໄດ້ສະດວກ








ຫາກຈະເອົາລາຍຊື່ຂອງ Labels ມາສະແດງໃນ Blogger/Blogspot ນັ້ນ ໃຫ້ໄປທີ່ Dashboard > Layout > Add a Page Element > Labels > Add to blog ແລ້ວກໍ່ເລືອກວ່າຈະໃຫ້ຈັດຮຽງຕາມຕົວອັກສອນ ຫຼືຮຽງຕາມຈຳນວນບົດຄວາມ ເລືອກແລ້ວ ໆ ກໍ່ກົດ Save changes ກໍ່ເປັນອັນຈົບພິທີ

Sunday, July 29, 2007

ການກັບມາ Blogger ອີກຄັ້ງ...

ຫລັງຈາກທີ່ບໍ່ໄດ້ເຂົ້າມາໃຊ້ງານດົນນານແສນນານ ມື້ວານນີ້ໄດ້ມີໂອກາດສົນທະນາເລື່ອງການໃຊ້ງານ XML Theme ຂອງ Blogger ກໍ່ເລີຍໄດ້ເຂົ້າມາເບິ່ງ ແລະຈັດການຈັດສັນໃຫ້ເປັນຮູບເປັນຮ່າງ ເຊິ່ງກໍ່ຮູ້ສຶກວ່າ XML Theme​ ນັ້ນ ສະດວກດີ ຊ່ວຍໃຫ້ຫລາຍ ໆ ເລື່ອງເປັນເລື່ອງທີ່ງ່າຍຂຶ້ນໄດ້

Theme ນີ້ເອົາມາຈາກ http://freeskins.blogspot.com/

Friday, July 6, 2007

au8ust's community

ບໍ່ໄດ້ອັບເດດບລັອກນີ້ມາດົນແລ້ວ ພໍດີມື້ນີ້ແວະມາບອກວ່າ ຕອນນີ້ເປີດທົດສອບ au8ust's community ເຊິ່ງເປັນເວບບອຣ໌ດໃຫມ່ ຢາກໃຫ້ທຸກຄົນລອງໄປໃຊ້ງານກັນເບິ່ງ :)



ກົດເລີຍ > http://community.au8ust.org/

Tuesday, May 8, 2007

ຄວາມຄືບໜ້າຄືບຫຼັງ






ດຽວວ່າງ ໆ ກວ່ານີ້ກ່ອນ ຕອນນີ້ real life ກຳລັງຫຍຸ້ງຍາກ (-_-)'

Friday, April 27, 2007

Project ໃຫມ່



ພໍດີວ່າຊິລອງເຮັດເບິ່ງ ຫວັງວ່າຊິໄປຕະຫລອດຮອດຝັ່ງ ^_^

Sunday, January 14, 2007

ເອົາປະຕິທິນເຂົ້າ Blogger ແນວໃດ?

ດຽວລອງກ່ອນເດີ້...