Monday, July 30, 2007

ສະແດງຫມວດຫມູ່ຂອງບົດຄວາມໃນ Blogger/Blogspot

ພໍດີໂພສຕ໌ຕອບໃນເວບບອຣ໌ດ ເລີຍເອົາມາໄວ້ໃນນີ້ນຳເລີຍ

ໃນ Blogger/Blogspot ເຂົາຈະເອີ້ນຫມວດຫມູ່ວ່າ Labels ແຕ່ໃນ WordPress ຈະເອີ້ນວ່າ Categories ແລະ Tags

Categories ກັບ Tags ຈະມີຄວາມຫມາຍຕ່າງກັນ ແຕ່ Labels ກັບ Tags ຈະມີຄວາມຫມາຍຄ້າຍກັນເລີຍ


ແຕ່ລວມຄວາມແລ້ວກໍ່ຄື ບໍ່ວ່າຈະເປັນ Labels, Categories ຫຼື Tags ກໍ່ຕາມ ແມ່ນເອົາໄວ້ຈັດບົດຄວາມຕ່າງ ໆ ຂອງເຮົາໃຫ້ເປັນຫມວດຫມູ່ເພື່ອເອີ້ນເບິ່ງໄດ້ສະດວກ








ຫາກຈະເອົາລາຍຊື່ຂອງ Labels ມາສະແດງໃນ Blogger/Blogspot ນັ້ນ ໃຫ້ໄປທີ່ Dashboard > Layout > Add a Page Element > Labels > Add to blog ແລ້ວກໍ່ເລືອກວ່າຈະໃຫ້ຈັດຮຽງຕາມຕົວອັກສອນ ຫຼືຮຽງຕາມຈຳນວນບົດຄວາມ ເລືອກແລ້ວ ໆ ກໍ່ກົດ Save changes ກໍ່ເປັນອັນຈົບພິທີ